bountonw / translate

Other
4 stars 1 forks source link

Test Lao Sans Pro Font #78

Open bountonw opened 7 months ago

bountonw commented 7 months ago

Test Lao Sans Pro Font. The font files are located here. here.

Here is some test text from John 1:1-16 of the Lao New Contemporary version.

ເມື່ອ​ຕົ້ນເດີມ​ນັ້ນ​ພຣະທຳ​ດຳລົງ​ຢູ່ ແລະ ພຣະທຳ​ຢູ່​ກັບ​ພຣະເຈົ້າ, ແລະ ພຣະທຳ​ເປັນ​ພຣະເຈົ້າ. 2ພຣະອົງ​ຢູ່​ກັບ​ພຣະເຈົ້າ​ຕັ້ງແຕ່​ຕົ້ນເດີມ. 3ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ. 4ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ. 5ຄວາມສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ ຄວາມມືດ​ນັ້ນ​ກໍ​ບໍ່​ໄດ້​ຊະນະ​ຄວາມສະຫວ່າງ. 6ພຣະເຈົ້າ​ໄດ້​ໃຊ້​ຜູ້​ໜຶ່ງ​ມາ​ຊື່​ວ່າ​ໂຢຮັນ. 7ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ. 8ເພິ່ນ​ເອງ​ບໍ່ແມ່ນ​ຄວາມສະຫວ່າງ​ນັ້ນ, ເພິ່ນ​ໄດ້​ມາ​ພຽງແຕ່​ເປັນພະຍານ​ຂອງ​ຄວາມສະຫວ່າງ​ນັ້ນ. 9ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ. 10ພຣະອົງ​ຢູ່​ໃນ​ໂລກ ແລະ ເຖິງແມ່ນວ່າ​ໂລກ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ແຕ່​ໂລກ​ກໍ​ບໍ່​ໄດ້​ຮູ້ຈັກ​ພຣະອົງ. 11ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ. 12ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ 13ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ. 14ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ. 15(ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.) 16ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ. 17ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ. 18ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.

tonyquicktech commented 5 months ago

Given that this font is from 2014, I'd recommend going with a more modern font as this LSP font might have compatibility issues down the road. @bountonw

bountonw commented 5 months ago

Thank you for checking. Can you find other viable fonts for Lao?

tonyquicktech commented 2 months ago

@bountonw honestly I can't find anything better than the Google fonts. They are the best unicode Lao fonts currently available, and will continue receiving updates most likely.

https://fonts.google.com/noto/fonts?noto.query=lao&noto.lang=lo_Laoo&noto.region=LA&noto.script=Laoo

Use Serif for regular text, Looped for headers and subtitles, and sans for book/chapter titles.

bountonw commented 2 months ago

@tonyquicktech Thank you!